ອົງການອະນາໄມໂລກສົ່ງວັກແຊງ ປ້ອງກັນອະຫິວາໃຫ້ເຢເມນ 1 ລ້ານຂະໜານ

- kitchen vibe - ອົງການອະນາໄມໂລກສົ່ງວັກແຊງ ປ້ອງກັນອະຫິວາໃຫ້ເຢເມນ 1 ລ້ານຂະໜານ

- news IVLJjqYwGB120026 173 - ອົງການອະນາໄມໂລກສົ່ງວັກແຊງ ປ້ອງກັນອະຫິວາໃຫ້ເຢເມນ 1 ລ້ານຂະໜານ

ອົງການ​ອະນາ​ໄມ​ໂລກ​ກຽມ​ສົ່ງ​ວັກ​ແຊງ​ປ້ອງ​ກັນ​ພະຍາດ​ອະຫິ​ວາ​ຈຳນວນ 1 ລ້ານ​ຂະໜານ ​ໄປ​ເຢ​ເມນ ​ເພື່ອ​ເລັ່ງ​ບັນ​ເທົາ​ວິ​ກິດ​ດ້ານ​ສາທາລະນະ​ສຸກ​ທີ່​ຂ້າ​ຊີວິດ​ປະຊາຊົນ​ໄປ​ແລ້ວ​ຫລາຍ​ກວ່າ 1.000 ຄົນ ນັບ​ແຕ່​ທ້າຍ​ເດືອນ​ເມສາ​ເປັນຕົ້ນມາ.

- Visit Laos Visit SALANA BOUTIQUE HOTEL - ອົງການອະນາໄມໂລກສົ່ງວັກແຊງ ປ້ອງກັນອະຫິວາໃຫ້ເຢເມນ 1 ລ້ານຂະໜານ

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ຈາກ​ນະຄອນຫລວງ​ເຈ​ນີວາ ປະ​ເທດ​ສະ​ວິດ ​ໃນ​ວັນ​ທີ 22 ມິຖຸນາ​ນີ້​ວ່າ: ອົງການ​ອະນາ​ໄມ​ໂລກ (WHO) ອອກ​ຖະ​ແຫລ​ງການ​ໃນ​ວັນ​ທີ 21 ມິຖຸນາ ກຽມ​ສົ່ງ​ວັກ​ແຊງ​ສຳລັບ​ປ້ອງ​ກັນ​ພະຍາດ​ອະຫິ​ວາ​ຈຳນວນ 1 ລ້ານ​ຂະໜານ ​ໃຫ້​ແກ່​ເຢ​ເມນ ​ໂດຍ​ເປັນ​ໄປ​ຕາມ​ຜົນ​ກອງ​ປະຊຸມ​ຮ່ວມ​ກັນ​ໃນ​ວັນ​ທີ 15 ມິຖຸນາ ລະຫວ່າງ WHO ກັບ​ພັນທະ​ມິດ ທີ່ລວມທັງ​ສະພາກາ​ແດງ​ສາກົນ (ICRC), ອົງການ​ແພດ​ບໍ່​ມີ​ຊາຍ​ແດນ (MSF), ກອງ​ທຶນ​ເພື່ອ​ເດັກ​ແຫ່ງ​ສະຫະ​ປະຊາ​ຊາດ (Unicef) ​ແລະ ອົງການ​ການ​ຮ່ວມ​ມື​ດ້ານ​ວັກ​ແຊງ “ກາ​ວີ”.

- YEMEN HODEIDAH ATTACK 22 09 16 - ອົງການອະນາໄມໂລກສົ່ງວັກແຊງ ປ້ອງກັນອະຫິວາໃຫ້ເຢເມນ 1 ລ້ານຂະໜານ

ການ​ມອບ​ການ​ຊ່ວຍ​ເຫລືອ​ດ້ານ​ວັກ​ແຊງ​ຂອງ WHO ຕໍ່​ເຢ​ເມນ​ໃນ​ເທື່ອ​ນີ້ ຖື​ວ່າ​ຫລາຍ​ທີ່​ສຸດ​ນັບ​ແຕ່​ການ​ສົ່ງ​ວັກ​ແຊງ​ຊ່ວຍ​ເຫລືອ​ໄຮ​ຕິ ທີ່​ຜະ​ເຊີນ​ວິ​ກິດ​ການ​ແຜ່​ລະບາດ​ຂອງ​ພະຍາດ​ອະຫິວາ ​ເຊິ່ງ​ເປັນ​ຜົນ​ມາ​ຈາກ​ແຜ່ນດິນ​ໄຫວ​ໃນ​ປີ 2000 ​ແລະ ພື້ນທີ່​ປະສົບ​ໄພ​ເຮີ​ລິ​ເຄນ​ແມດ​ທິວ ຕາມ​​ແຄມ​ຝັ່ງ​ທະ​ເລ​ກາ​ລິ​ບຽນ ​ແລະ ພາກ​ຕາ​ເວັນ​ອອກ​ຂອງ​ອາ​ເມ​ລິ​ກາ ​ໃນ​ປີຜ່ານມາ.

ທັງ​ນີ້, ສະຖິຕິ​ການ​ຕິດ​ເຊື້ອພະຍາດ​ອະຫິວາ​ຢູ່​ເຢ​ເມນ​ລະຫວ່າງ​ວັນ​ທີ 27 ​ເມສາ​ເຖິງ 19 ມິຖຸນາ ຕາມ​ລາຍ​ງານ​ຂອງ WHO ລະບຸ​ວ່າ: ຈຳນວນ​ຜູ້​ຕິດ​ເຊື້ອມີ​ຢ່າງ​ໜ້ອຍ 170.286 ຄົນ ​ແລະ ​ເສຍ​ຊີວິດ​ແລ້ວ 1.170 ຄົນ ສ່ວນ​ຫລາຍ​ເປັນ​ເດັກນ້ອຍ. ຂະນະ​ທີ່​ລາຍ​ງານ​ຂອງ​ສະຫະ​ປະຊາ​ຊາດ (UN) ລະບຸ​ວ່າ: ສົງຄາມ​ກາງ​ເມືອງ​ທີ່​ຍືດ​ເຍື້ອມາ​ແຕ່​ປີ 2015 ຖື​ເປັນ​ປັດ​ໄຈ​ສຳຄັນ​ໃນ​ການ​ແຜ່​ລະບາດ​ຂອງ​ເຊື້ອພະຍາດ ​ເນື່ອງ​ຈາກ​ສົ່ງ​ຜົນ​ໃຫ້​ປະຊາຊົນ​ບໍ່​ສາມາດ​ເຂົ້າ​ເຖິງ​ແຫ​ລ່ງນ້ຳສະອາດ ​ແລະ ​ແຫ​ລ່ງຜະລິດ​ນ້ຳສ່ວນ​ຫລາຍ​ຖືກ​ທຳລາຍ.

- 5 - ອົງການອະນາໄມໂລກສົ່ງວັກແຊງ ປ້ອງກັນອະຫິວາໃຫ້ເຢເມນ 1 ລ້ານຂະໜານ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!