ສະພາຄວາມໝັ້ນຄົງ ສປຊ ປະນາມ ສປປ ເກົາຫລີ ຍິງລູກສອນໄຟ
May 17, 2017 - 10:45 AM


ກ່ອນໜ້ານີ້ ສປປ ເກົາຫລີ ຍິງທົດລອງລູກສອນໄຟໃນວັນທີ 14 ພຶດສະພາ ເຊິ່ງຄາດວ່າເປັນລູກສອນໄຟໄລຍະໄກ ທີ່ສຸດຂອງ ສປປ ເກົາຫລີ ເທົ່າທີ່ເຄີຍມີມາ ໂດຍສາມາດຕິດຫົວຮົບນິວເຄຼຍໄດ້ ແລະ ມີຈຸດມຸ່ງໝາຍໃສ່ດິນແດນ ອາເມລິກາ. ສະພາຄວາມໝັ້ນຄົງ ສປຊ ລົງມະຕິເປັນເອກະສັນ ໂດຍໄດ້ຮັບສຽງສະໜັບສະໜູນຈາກຈີນ ປະກາດ ວ່າຈະດຳເນີນມາດຕະການແຂງກະດ້າງ ເພື່ອຕອບໂຕ້ ສປປ ເກົາຫລີ ທີ່ມີພຶດຕິກຳທຳລາຍຄວາມໝັ້ນຄົງ ແລະ ຮຽກຮ້ອງບໍ່ໃຫ້ທົດລອງລູກສອນໄຟ ແລະ ນິວເຄຼຍອີກຕໍ່ໄປ. ສປປ ເກົາຫລີ ທົດລອງນິວເຄຼຍແລ້ວ 2 ຄັ້ງ ແລະ ຍິງ ລູກສອນໄຟອີກຫລາຍສິບຄັ້ງນັບແຕ່ປີ 2016 ເຮັດໃຫ້ສະພາຄວາມໝັ້ນຄົງ ສປຊ ມີມະຕິຂວ້ຳບາດເຖິງສອງຄັ້ງ ໃນປີຜ່ານມາ ເພື່ອກົດດັນຜູ້ນຳ ສປປ ເກົາຫລີ ບໍ່ໃຫ້ເດີນໜ້າພັດທະນາໂຄງການດ້ານການທະຫານ.