ສປປ ເກົາຫລີ ຍິງທົດລອງລູກສອນໄຟຄັ້ງໃໝ່

- 96044990 4441399a 36bd 45d6 8c00 e9029d1b2806 - ສປປ ເກົາຫລີ ຍິງທົດລອງລູກສອນໄຟຄັ້ງໃໝ່
- kitchen vibe - ສປປ ເກົາຫລີ ຍິງທົດລອງລູກສອນໄຟຄັ້ງໃໝ່
- 96044990 4441399a 36bd 45d6 8c00 e9029d1b2806 300x169 - ສປປ ເກົາຫລີ ຍິງທົດລອງລູກສອນໄຟຄັ້ງໃໝ່
ກອງທັບ ສປປ ເກົາຫລີ ນຳອາວຸດຍຸດໂທປະກອນ ອອກສະແດງໃນພິທີສວນສະໜາມເດືອນຜ່ານມາ

ກອງທັບ ສ.​ເກົາຫລີ ​ແຈ້​ງວ່າ: ກວດ​ພົບ​ການ​ຍິງ​ລູກ​ສອນ​ໄຟ​ຄັ້ງ​ໃໝ່​ຂອງ ສປປ ​ເກົາຫລີ ​ໃນ​ຕອນ​ເຊົ້າວັນ​ທີ 14 ພຶດສະພາ​ນີ້ ​ໂດຍ​ພົບ​ວ່າ​ມີ​ການ​ຍິງ​ລູກ​ສອນ​ໄຟ​ບໍ່​ຮູ້​ຊະນິດ 1 ລູກ ຈາກ​ພື້ນທີ່​ໃກ້​ເມືອງ​ກູ​ຊອງ​ທາງ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ນະຄອນຫລວງ​ພຽງ​ຢາງ ​ເຊິ່ງສາມາດ​ຍິງ​ໄປ​ໄກ​ເຖິງ 700 ກິ​ໂລ​ແມັດ ຄິດ​ເປັນ​ເວລາ 30 ນາທີ ກ່ອນ​ຕົກລົງ​ໃນ​ທະ​ເລ​ຍີ່ປຸ່ນ.

ກອງ​ບັນຊາ​ການ​ປາຊີ​ຟິກຂອງ​ກອງທັບ​ອາ​ເມ​ລິ​ກາ ຖະ​ແຫລ​ງວ່າ: ພວມ​ກວດ​ສອບ​ຊະນິດ​ຂອງ​ລູກ​ສອນ​ໄຟ​ດັ່ງກ່າວ, ​ແຕ່​ລັກສະນະ​ການ​ຂຶ້ນຂອງ​ລູກ​ສອນ​ໄຟ​ນີ້​ບໍ່​ສອດຄ່ອງ​ກັບ​ລູກ​ສອນ​ໄຟ​ໄລຍະ​ໄກ​ຂ້າມ​ທະວີບ (ICBM) ​ເຊິ່ງສາມາດ​ໂຈມ​ຕີ​​ໄປ​ເຖິງ​ແຜ່ນດິນ​ໃຫຍ່​ຂອງ​ອາ​ເມ​ລິ​ກາ​ໄດ້.

- Visit Laos Visit SALANA BOUTIQUE HOTEL - ສປປ ເກົາຫລີ ຍິງທົດລອງລູກສອນໄຟຄັ້ງໃໝ່

ສຳນັກ​ຂ່າວ​ຢອນ​ຮັບ​ຂອງ ສ.​ເກົາຫລີ ລາຍ​ງານ​ວ່າ: ຍີ່ປຸ່ນ ​ແລະ ສ.​ເກົາຫລີ ອອກ​ຖະ​ແຫລ​ງການ​ປະນາມ​ການ​ທົດ​ລອງ​ລູກ​ສອນ​ໄຟ​ເທື່ອ​ຫລັງ​ສຸດ, ສ່ວນ​ປະທານາທິບໍດີ ມຸນ ​ແຈ​ອິນ ຜູ້ນຳ​ຄົນ​ໃໝ່​ຂອງ ສ.​ເກົາຫລີ ​ເອີ້ນ​ປະຊຸມ​ສະພາ​ຄວາມ​ໝັ້ນຄົງ​ສຸກ​ເສີນ ​ເພື່ອ​ຫາລື​ບັນຫາ​ດັ່ງກ່າວ ​ເຊິ່ງ​ເກີດ​ຂຶ້ນພາຍຫລັງ​ທ່ານ​​ເຂົ້າຮັບ​ຕຳ​ແໜ່​ງປະທານາທິບໍດີ​ພຽງ​ສາມ​ວັນ.

- NjpUs24nCQKx5e1BavhnbhFpRFmdKZ6CuH7aIvpFHmG 300x168 - ສປປ ເກົາຫລີ ຍິງທົດລອງລູກສອນໄຟຄັ້ງໃໝ່
​ໃນ​ເດືອນ​ຜ່ານ​ມາ, ສປປ ​ເກົາຫລີ ​ໄດ້​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ສອງ​ເທື່ອ ​ແລະ ຫລົ້ມ​ເຫ​ລວທັງ​ສອງ​ເທື່ອ, ​ແຕ່​ຍັງ​ເຮັດ​ໃຫ້​ສະຖານະ​ການ​ຢູ່​ແຫລມ​ເກົາຫລີ​ທະວີ​ຄວາມ​ເຄັ່ງ​ຕຶງ​ຍິ່ງ​ຂຶ້ນ ​ໂດຍ​ປະທານາທິບໍດີ ​ໂດ​ນັນ ທຣຳ ຂອງ​ອາ​ເມ​ລິ​ກາ ສັ່ງ​ໃຫ້​ກອງ​ເຮືອ​ຮົບ​ເຂົ້າປະຈຳການ​ຢູ່​ນ່ານນ້ຳ​ແຫລມ​ເກົາຫລີ ​ເພື່ອ​ເຝົ້າລະວັງ​ການ​ໂຈມ​ຕີ ​ແລະ ​ເຕືອນ​ວ່າ​ພຶດຕິ​ກຳ​ຂອງ ສປປ ​ເກົາຫລີ ສ່ຽງ​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ຂັດ​ແຍ່ງ​ຮຸນ​ແຮງ​ເທື່ອ​ໃຫຍ່​ຂຶ້ນອີກ. ​ເຖິງ​ວ່າ​ກ່ອນ​ໜ້າ​ນີ້ ທ່ານ​ເຄີຍ​ບອກ​ວ່າ​ພ້ອມ​ຈະ​ພົບ​ປະ​ຫາລື​ກັບ​ຜູ້ນຳ ສປປ ​ເກົາຫລີ ​ໃນ​ເວລາ​ທີ່​ເໝາະ​ສົມ​ກໍ​ຕາມ.

ທ່ານ​ນາງ ​ໂຊ ຊອນ ຮຸຍ ນັກ​ການ​ທູດ​ລະດັບ​ສູງ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ສປປ ​ເກົາຫລີ ກ່າວ​ຕໍ່​ນັກ​ຂ່າວຢູ່​ນະຄອນຫລວງ​ປັກ​ກິ່ງ ຫລັງ​ໄດ້​ເດີນທາງ​ໄປ​ພົບ​ກັບ​ອະດີດ​ເຈົ້າໜ້າ​ທີ່​ລັດຖະບານ​ອາ​ເມ​ລິ​ກາ ຢູ່​ປະ​ເທດ​ນອກ​ແວວ່າ: ສປປ ​ເກົາຫລີ ອາດ​ພິຈາລະນາ​ເປີດ​ການ​ເຈລະຈາ​ກັບ​ອາ​ເມ​ລິ​ກາ​ໃນ​ເວລາ​ອັນ​ເໝາະ​ສົມ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ ສະຕີ​ເຟນ ອີ​ແວນ ນັກ​ຂ່າວ BBC ປະຈຳ ສ.​ເກົາຫລີ ລາຍ​ງານ​ວ່າ: ການ​ເຈລະຈາ​ທະວີ​ພາຄີ​ດັ່ງກ່າວ​ຈະ​ເກີດ​ຂຶ້ນ​ໄດ້​ກໍ​ຕໍ່​ເມື່ອ ສປປ ​ເກົາຫລີ ຍິນ​ຍອມ​ຢຸດ ຫລື ຈຳກັດ​ໂຄງການ​ພັດທະນາ​ອາວຸດ​ນິວ​ເຄຼຍຂອງ​ຕົນ​ເທົ່າ​ນັ້ນ.

- 4 - ສປປ ເກົາຫລີ ຍິງທົດລອງລູກສອນໄຟຄັ້ງໃໝ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!