ບົດຮຽນການປາບປາມຢາເສບຕິດ: ຈາກ ໂກລົມບີ ເຖິງ ຟີລິບປິນ
ໂດຍ: ມຶກບໍ່ແຫ້ງ
“ຢາເສບຕິດ ແມ່ນກ່ຽວພັນກັບ ຄວາມໝັ້ນຄົງຂອງປະເທດ ແຕ່ວ່າ ເຮັດສົງຄາມຕ້ານ ຢາເສບຕິດ ບໍ່ສາມາດຊະນະໄດ້ດ້ວຍກຳລັງປະກອບອາວຸດ; ການນຳໃຊ້ກຳລັງທະຫານ ແລະ ຕຳຫຼວດເພື່ອປາບປາມຢາເສບຕິດນັ້ນ ນອກເໜືອຈາກຈະເປັນການເສຍເງິນໄປໂດຍເປົ່າປະໂຫຍດແລ້ວຍັງເຮັດໃຫ້ບັນຫາຮ້າຍແຮງລົງໄປຕຶ່ມ” ນີ້ແມ່ນຂໍ້ຄວາມສຳຄັນຈາກທ່ານ ເຊຊາ ກາວີເຣຍ (Cesar Gaviria) ອາດີດປະທານາທິບໍດີ ປະເທດໂກລົມບີ ຟາກເຖິງຊາວໂລກ ໂດຍສະເພາະປະທານາທິບໍດີ ດູເຕີເຕ (Duterte) ຂອງ ຟີລິບປິນ ທີ່ກຳລັງເຮັດສົງຄາມຢ່າງໜັກເພື່ອປາມປາມຢາເສບຕິດພາຍໃນປະເທດ.
ອາດີດປະທານາທິບໍດີຂອງ ໂກລົມບີ ຜູ້ນີ້ເວົ້າວ່າ ຕົນເອງໃນຖານະອາດີດຜູ້ນຳ ຂອງປະເທດ ໄດ້ຮັບບົດຮຽນນີ້ ຢ່າງເຈັບປວດທີ່ສຸດ ເນື່ອງຈາກວ່າ ໂກລົມບີ ປະສົບກັບ ບັນຫາ ຢາເສບຕິດ ມາຍາວນານທີ່ສຸດ ປະເທດໜຶ່ງໃນໂລກ, ແລະ ເນື່ອງຈາກ ການຊ່ວຍເຫຼືອ ຈາກທາງນອກ, ລັດຖະບານ ໂກລົມບີ ຈຶ່ງຖອກເທງົບປະມານ ຫຼາຍຕື້ໂດລາ ເພື່ອກຳຈັດຢາເສບຕິດ, ແລະ ກະໂຕ ປະທານາທິບໍດີຄົນນີ້ ກໍຍັງກ່ຽວຂ້ອງໂດຍກົງກັບຂະບວນການປາບປາມພໍ່ຄ້າຢາເສບຕິດລາຍໃຫຍ່ ດັ່ງປາບໂລ ເອສໂຄບາ (Pablo Escobar) ໃນປີ 1993, ແຕ່ຜົນສຸດທ້າຍກໍພ່າຍແພ້ຢ່າງຮາບຄາບ.
ຄວາມຈິງທີ່ໜ້າຫົດຫູ່ກໍຄືຈາກການເຮັດສົງຄາມປາບປາມຢາເສບຕິດຢູ່ໂກລົມບີນັ້ນ ຫຼາຍສິບພັນຄົນຖືກຂ້າຕາຍ; ນັກການເມືອງ, ທະນາຍຄວາມ, ຕຳຫຼວດ ແລະນັກຂ່າວຈຳນວນຫຼາຍ ຖືກລອບສັງຫານ ຢ່າງໜ້າອານາດ. ພ້ອມນັ້ນ ຈຳນວນເງິນມະຫາສານ ທີ່ມາຈາກການຄ້າຂາຍຢາເສບຕິດນັ້ນ ຍັງກໍໃຫ້ເກີດ ການສໍ້ລາດບັງຫຼວງ ໃນລະບົບການບໍລິຫານຂອງລັດຖະບານຕຶ່ມອີກ.
ສະນັ້ນ ເບິ່ງຄືວ່າ ‘ສົງຄາມຕ້ານຢາເສບຕິດ ໂດຍການນຳໃຊ້ກຳລັງອາວຸດທີ່ວ່ານີ້ ແມ່ນຄືກັນກັບສົງຄາມ ເພື່ອຂ້າຄົນ’ ເຊິ່ງເປັນນິດໄສ ເກົ່າທີ່ປະຖິ້ມຍາກ, ເມື່ອເປັນແນວນັ້ນ ລັດຖະບານ ຂອງໂກລົມບີ ຈຶ່ງແນະນຳວ່າ ຖ້າຕ້ອງການ ຄວບຄຸມ ບັນຫາ ຢາເສບຕິດໃຫ້ຢູ່ມັດນັ້ນ ຮຽກຮ້ອງໃຫ້ມີການເຈລະຈາຢ່າງກົງໄປກົງມາ ແລະ ບໍລິສຸດໃຈຕໍ່ກັນ.
ສິ່ງທີ່ລັດຖະບານໂກລົມບີ ແນະນຳ ຟີລິບປິນ ກໍຄື ‘ການນຳໃຊ້ກຳລັງອາວຸດ ຍຸດໂທປະກອນ ເພື່ອເຮັດສົງຄາມ ຕ້ານ ຢາເສບຕິດນັ້ນ ເປັນການ ລຶ້ມຄືນ ຄວາມພິດພາດ ທີ່ໂກລົມບີໄດ້ປະເຊີນມາ’; ການຫຼຸດຜ່ອນ ການສະໜອງ ແລະ ຄວາມ ຕ້ອງການ ຢາເສບຕິດ ຢ່າງແທ້ຈິງນັ້ນ ສາມາດເກີດຂຶ້ນໄດ້ ໂດຍຜ່ານການປັບປຸງລະບົບສາທາລະນະສຸກ ແລະ ຄວາມປອດໄພໃຫ້ດີຂຶ້ນ, ສ້າງຄວາມເຂັ້ມແຂງ ທາງດ້ານມາດຕະການ ຕ້ານການສໍ້ລາດບັງຫຼວງ ໂດຍສະເພາະຕ້ານການຟອກເງິນ ແລະລົງທຶນໃສ່ການພັດທະນາແບບຍືນຍົງໃຫ້ຫຼາຍຂຶ້ນ, ພ້ອມນັ້ນ ລັດຖະບານ ຕ້ອງມີລະບຽບກົດໝາຍ ກຳນົດຢ່າງຈະແຈ້ງວ່າ ຢາຊະນິດໃດ ເພື່ອນຳໃຊ້ທາງການແພດ, ຄວາມເພີດເພີນ ແລະອື່ນໆ.
ແຕ່ໃນຂະນະດຽວກັນນັ້ນ ລັດຖະບານ ຟີລິບປິນກຳລັງນຳໃຊ້ຍຸດທະວິທີທີ່ຈະນຳໄປສູ່ຄວາມເສຍຫາຍ ທາງດ້ານ ຊີວິດ ແລະ ຊັບສິນຫຼາຍຂຶ້ນ, ການແກ້ໄຂບັນຫາ ຢາເສບຕິດ ບໍ່ສະເພາະແຕ່ຈະເລັ່ງໃສ່ ການແກ້ໄຂ ເລື່ອງ ອາຊະຍາກຳ ແຕ່ຈະຕ້ອງຍົກສູງຄຸນນະພາບຊີວິດ ຂອງຄົນພາຍໃນຊາດໃຫ້ດີຂຶ້ນ ໂດຍຮັບປະກັນໃຫ້ທຸກຄົນ ສາມາດເຂົ້າເຖິງຄວາມຕ້ອງການຂັ້ນພື້ນຖານ.
ແນ່ນອນ ເລື່ອງບັນຫາຢາເສບຕິດມີຢູ່ທຸກປະເທດໃນໂລກ ບໍ່ເວັ້ນແຕ່ ສປປລາວ ທີ່ລັດຖະບານເຮົາເພີ່ມກຳລັງ ເອົາໃຈໃສ່ຢ່າງຈິງຈັງເລື້ອຍມາ, ເພາະສະນັ້ນ ການຮຽນຮູ້ກ່ຽວກັບການປາບປາມຢາເສບຕິດ ຈາກຫຼາຍປະເທດ ອາດເພີ່ມພູນບົດຮຽນທີ່ດີທີ່ພວກເຮົາສາມາດນຳໃຊ້ໄດ້.