ຄວາມເປັນມາຂອງບຸນປະເພນີເຂົ້າພັນສາ
ບຸນເຂົ້າພັນສາ, ແມ່ນປາງບຸນໃຫຍ່ ແລະ ສຳຄັນຂອງຊາວພຸດ, ປີນີ້ມື້ບຸນດັ່ງກ່າວກົງກັບວັນທີ 8 ກໍລະກົດ ແລະ ກົງກັບມື້ຂຶ້ນ 15 ຄ່ຳເດືອນ 8 ຂອງລາວບຸນເຂົ້າພັນສາໃນພາສາບາລີ ມີສອງຊື່ຄື: ວັດສຸປະວາສະແປວ່າການເຂົ້າພັນສາ ແລະ ວັດສາວາສະແປວ່າການຈໍາພັນສາທັງສອງຊື່ ນີ້ມີຄວາມໝາຍອັນດຽວກັນຄື ບໍ່ທ່ຽວໄປແຮມຄືນທີ່ອື່ນຕະຫຼອດສາມເດືອນໃນ ລະດູຝົນ, ເຊິ່ງນັບແຕ່ແຮມຄໍ່າໜຶ່ງເດືອນແປດເຖິງແຮມຄໍ່າໜຶ່ງເດືອນສິບເອັດ, ເພາະວ່າໃນໄລຍະນີ້ເປັນຍາມຝົນພະພິກຂຸສົງຈະທ່ຽວສັນຈອນໄປມາທາງໃດກໍລໍາບາກ, ທັງເປັນການຂັດຕໍ່ພະວິໄນ, ເວັ້ນເສຍແຕ່ມີກໍລະນີຈໍາເປັນຕາມທີ່ອະນຸຍາດໄວ້ໃນພະວິໄນຂອງສົງ. ໃນເທສະການເຂົ້າພັນສາຫຼືຈໍາພັນສານັ້ນຜູ້ທີ່ນັບຖືພະພຸດ ທະສາດສະໜາກໍໄດ້ພາກັນໄປຊຸມນຸມຢູ່ວັດ ຫຼື ຕາມສະຖານທີ່ໆຈັດໄວ້ເພື່ອພິທີທາງສາດສະໜາໂດຍສະເພາະ.
+ ບຸນກ້ວຍຄອບຄົວຕົວແບບການປູກກາເຟເປັນສິນຄ້າ
+ ເຮັດເຂົ້າຕົ້ມຂາຍກໍມີລາຍໄດ້ດີ
ຕາມການບອກເລົ່າຂອງ ເຖົ້າແກ່ບູຮານວ່າ: ກ່ອນທີ່ຈະມີ ການຈໍາພັນສານີ້ແມ່ນສືບເນື່ອງມາຈາກປະເພນີນິຍົມຂອງຊາວອິນເດຍສະໄໝບູຮານ ເມື່ອເຖິງລະດູຝົນມາກໍງົດການ ທ່ຽວໄປ ມາໄລຍະໜຶ່ງເຊັນ: ຜູ້ທີ່ທ່ຽວໄປມາເພື່ອການຄ້າຂາຍ, ຜູ້ທີ່ເປັນນັກບວດເດຍລະຖີຊີພາມເຊິ່ງມັກ ທ່ຽວສັນຈອນໄປມາຕາມລໍາພັງເມື່ອຮອດລະດູຝົນ ແລ້ວໄປເຖິງໃສກໍຢຸດພັກ ຢູ່ທີ່ນັ້ນຕະຫຼອດເຖິງສາມເດືອນ, ເມື່ອພົ້ນກໍານົດ ແລ້ວ ກໍອອກເດີນທາງຕາມຈຸດປະສົງຕໍ່ໄປອີກແມ່ນແຕ່ພະພຸດທະເຈົ້າທີ່ໄດ້ສະເດັດໄປສູ່ເມືອງຕ່າງໆ ເມື່ອເຖິງລະດູຝົນພະອົງກໍໄດ້ປະ ທັບຢູ່ເມືອງໃດເມືອງໜຶ່ງທີ່ພະອົງໄປເຖິງເໝືອນກັບຄົນອື່ນໆ.
ໃນຕອນທໍາອິດພະພິກຂຸສົງຍັງມີ ໜ້ອຍເມື່ອຮອດລະດູຝົນເພິ່ນກໍຈະຢຸດທ່ຽວສັນຈອນ ໄປມາຕາມລໍາພັງເຊັນດຽວກັນກັບພະພຸດທະ ອົງຊົງປະພຶດຢູ່, ໂດຍຍັງບໍ່ໄດ້ຕັ້ງ ເປັນທໍາ ນຽມ ແລະ ບໍ່ໄດ້ມີເຫດອັນ ໃດທີ່ຈະໃຫ້ພະພຸດທະອົງຊົງບັນ ຍັດວ່າພະພິກຂຸສົງຕ້ອງເຂົ້າຈໍາພັນສາ. ເມື່ອດົນນານມາພະພິກ ຂຸສົງກໍເພີ່ມຂຶ້ນຫຼາຍ ແລະ ຂະ ນະທີ່ພະອົງປະທັບຢູ່ເມືອງລາ ຊະຄຶວັນໜຶ່ງມີພະສົງຈໍານວນ 6 ອົງບໍ່ຮູ້ຈັກກາລະເວລາໃນລະ ດູຝົນກໍຍັງທ່ຽວໄປມາຢູ່ ແລະ ໄດ້ຢຽບຢໍ່າເຂົ້າກ້ານາດໍາຂອງ ປະຊາຊົນຕະຫຼອດເຖິງສັດນ້ອຍ – ສັດໃຫຍ່ກໍນອນຕາຍ ເດຍລະດາດຈົນວ່າຜູ້ຄົນໄດ້ ກ່າວຂວັນນິນທາວ່າ: ແມ່ນແຕ່ ພວກເດຍລະຖີນອກສາດສະ ໜາກໍຍັງຢຸດເຊົາໃນການສັນ ຈອນໄປມາ, ນົກໜູປູປີກກໍຍັງຮູ້ ຈັກສ້າງເຮືອນ ແປງຮັງເພື່ອ ຫຼົບໄພທໍາມະຊາດຈາກພະຍຸລົມແຮງ, ແຕ່ພວກສໍາມະນະສາກະ ຍະບຸລຸດ (ລູກສິດຂອງພະພຸດທະເຈົ້າ)ເຫດໃດຈຶ່ງທ່ຽວໄປຕະຫຼອດທຸກລະດູການຢຽບຢໍ່າເຂົ້າກ້ານາດໍາປະຊາຊົນ ແລະ ບັນດາສັດນ້ອຍສັດໃຫຍ່ເຫຼົ່ານັ້ນໄດ້ຕາຍໄປເດຍລະດາດ. ເມື່ອຄວາມນັ້ນໄດ້ຊາບ ເຖິງອົງສົມເດັດພະສໍາມາສໍາພຸດທະເຈົ້າພະອົງຈຶ່ງຊົງບັນຍັດເປັນທໍານຽມ ໄວ້ວ່າ: ນັບແຕ່ບັດນີ້ເປັນຕົ້ນ ໄປ ເມື່ອເຖິງລະດູຝົນມາພະພິກຂຸສົງຕ້ອງຢູ່ຈໍາພັນສາກໍຄືຢູ່ປະຈໍາທີ່ຕະຫຼອດສາມເດືອນໃນຍາມຝົນເວັ້ນເສຍແຕ່ມີເຫດຈໍາເປັນທີ່ພະວິໄນອະນຸຍາດໄວ້. ເພາະສະນັ້ນ, ການທີ່ພະພິກຂຸສົງ ບໍ່ທຽວໄປມາໃນສາມເດືອນນີ້ເອີ້ນວ່າເຂົ້າພັນສາ. ດ້ວຍເຫດ ດັ່ງກ່າວມານີ້ ຈຶ່ງໄດ້ເກີດມີທໍານຽມການເຂົ້າພັນສາສືບທອດກັນມາຈົນເທົ່າທຸກວັນນີ້.
ການເຂົ້າພັນສາຫຼືຈໍາພັນສານີ້ ໄດ້ແຍກອອກສອງພິທີຄື:
ພິທີຂອງພະສົງ ແລະ ພິທີ ຂອງຄະລືຫັດ(ຄາລະວາດ). ພິທີຂອງພະສົງກ່ອນຈະຮອດ ມື້ເຂົ້າພັນສາພະສົງສາມະເນນ ກໍທໍາຄວາມສະອາດພາຍໃນວັດເຊັ່ນ: ກຸຕິວິຫານຮົກເຮື້ອບໍ່ສະ ອາດ, ຊຸດໂຊມເສົ້າໝອງກໍ ໃຫ້ປົວແປງ ແລະ ທໍາຄວາມສະ ອາດທັງນີ້ກໍເພື່ອໃຫ້ຄວາມສະ ດວກໃນການບໍາເພັນສະມະນະກິດໃນເມື່ອເຂົ້າພັນສາແລ້ວ. ນອກນັ້ນ, ຕາມປະເພນີນິຍົມ ພະສົງຕາມວັດຕ່າງໆກໍຈະຈັດຫາເຄື່ອງສັກກາລະບູຊາໄປຄາ ລະວະຄູບາອາຈານຫຼືພະເຖລະ ຜູ້ໃຫຍ່ເພື່ອຂໍອະໂຫສິກໍາໃນການ ທີ່ໄດ້ລ່ວງເກີນ ດ້ວຍກາຍວາຈາ ແລະ ຈິດໃຈ.
ໃນມື້ເຂົ້າພັນສາພະ ສົງສາມະເນນກໍໄດ້ໄປປະຊຸມກັນຢູ່ໃນໂບດວິຫານໄຫ້ວພະສູດມົນ ແລະ ຕ່າງອົງຕ່າງກໍຈະຕັ້ງໃຈບໍາເພັນກິດຈະວັດກໍຄືການ ສຶກສາຮໍ່າຮຽນເອົາພະທໍາມະວິໄນຕະ ຫຼອດໄລຍະສາມເດືອນ ເພື່ອໃຫ້ໂອວາດສັ່ງສອນແກ່ ອອກຕົນຍາດໂຍມຫຼືກິດຈະວັດອື່ນໆ, ເຊິ່ງເປັນໜ້າທີ່ຂອງພະສົງຕາມຄວາມຮູ້ຄວາມສາ ມາດ. ໜ້າທີ່ຂອງຄາລະວາດໃນໄລຍະ ເຂົ້າພັນສາໂດຍສະເພາະແມ່ນຜູ້ທີ່ສະແດງຕົນວ່າເປັນຊາວພຸດຍ່ອມມີສ່ວນກ່ຽວຂ້ອງ ຫຼາຍໃນພິທີດັ່ງກ່າວນີ້, ປັດຈຸບັນນີ້ສ່ວນຫຼາຍທີ່ນິຍົມກັນເຮັດຄື: ເມື່ອຈະຮອດມື້ເຂົ້າພັນສາຜູ້ ໃຫຍ່ກໍບອກຂ່າວປ່າວເຕືຶອນກັນເພື່ອຈັດຫາເຄື່ອງສັກ ກາລະບູຊາຫຼືເຄື່ອງປັດໄຈໄທຍະທານຕ່າງໆ. ເມື່ອຮອດມື້ເຂົ້າພັນສາແທ້ໆແລ້ວຕອນເຊົ້າກໍຊັກຊວນລູກຫຼານລົງ ໄປວັດໄຫ້ວພະ ສູດ ມົນຮັບສິນຟັງເທດ, ຍາມຄໍ່າມາກໍວຽນທຽນອ້ອມໂບດວິຫານແລ້ວກໍນໍາເອົາເຄື່ອງສັກກາລະບູຊາເຂົ້າໄປຖວາຍໃຫ້ແກ່ພະສົງສາມະເນນຕາມສັດທາຂອງໃຜລາວ. ບາງຄົນກໍໄດ້ຕັ້ງ ປະນິທານໄວ້ວ່າຈະບໍາລຸງພະສົງສາມະເນນຕະຫຼອດພັນສາ, ລາງຄົນກໍອະທິຖານວ່າຈະຮັກສາອຸໂປສົດສິນຕະຫຼອດພັນສາ, ລາງຄົນກໍອະທິຖານວ່າຈະຟັງເທດຕະຫຼອດພັນສາ, ລາງຄົນ ກໍຍັງບໍາເພັນກຸສົນຄວາມດີຕ່າງໆເຊັ່ນ: ເມື່ອກ່ອນເປັນນັກເລງດື່ມເຫຼົ້າເມົາສຸລາ ກໍໄດ້ອະທິຖານໄວ້ວ່າຈະງົດເວັ້ນສິ່ງເຫຼົ່ານັ້ນຕະຫຼອດພັນສາຕະ ຫຼອດຮອດການຫຼິ້ນພະນັນ ຂັນຕໍ່ຕ່າງໆ ເຊິ່ງແຕ່ລະຄົນກໍໄດ້ອະທິຖານໄວ້ ໃນໃຈ ແລະ ເຂົ້າໄປປະຕິຍານຕົນຢູ່ຕໍ່ໜ້າພະສົງກໍມີ, ນີ້ກໍຄືການເຮັດບຸນເຂົ້າພັນສາ.